ແນະນຳຄວາມຮູ້ກ່ຽວກັບອາຊຽນ






       

ປັດຈຸບັນປະເທດໃນອາຊຽນມີຢູ່ 10 ປະເທດໂດຍແຕ່ລະປະເທດມີຈຸດແຂງ ຈຸດອອ່ນແລະສີ່ງທີ່ໜ້າສົນໃຈດັງນີ້:


    

1. ປະເທດບຣູໄນດາຣຸດຊາລາມ (Brunei Darussalam)

  • ເມືອງຫຼວງ: ບັນດາເສລີເບກາວັນ
  • ພາສາ: ພາສາມາເລເປັນພາສາລາດຊະການຮອງລົງມາເປັນອັງກິດແລະຈີນ
  • ປະຊາກອນ: ປະກອບດ້ວຍມາເລ 66%, ຈີນ 11%, ອື່ນ ໆ 23%
  • ນັບຖືສາສາໜາ: ອິດສະລາມ 67%, ພຸດທະ 13%, ຄິດ 10%
  • ລະບົບການປົກຄອງ: ລະບອບສົມບູນນາຍາສິດທິລາດ
  • ຈຸດແຂງ

  • ການເມືອງຄ່ອນຂ້າງໝັ້ນຄົງ
  • ລາຍໄດ້ສະເລ່ຍຕໍ່ຄົນເປັນອັນດັບ 2 ໃນອາຊຽນອັນດັບ 26 ຂອງໂລກ
  • ເປັນຜູ້ສົ່ງອອກແລະມີປະລິມານສໍາຮອງນ້ຳມັນອັນດັບ 4 ໃນອາຊຽນ
  • ຈຸດອອ່ນ

  • ຕະຫຼາດຂະໜາດນອ້ຍມີປະຊາກອນປະມານ 4ແສນຄົນ
  • ຂາດແຄນແຮງງານ
  • ສີ່ງທີ່ໜ້າສົນໃຈ

  • ມີຄວາມສຳພັນທາງເສດຖະກິດໃກ້ສິດກັບສີງກະໂປ ມາເລເຊຍ ແລະ ອິນໂດເນເຊຍ
  • ການຂົນສົ່ງລະຫວ່າງປະເທດອາໃສສີງກະໂປເປັນຫລັກ
  • ໃຫ້ຄວາມສຳຄັນກັບຄວາມໝັ້ນຄົງທາງການທະຫານຂອ້ນຂ້າງຫຼາຍ
  • 2. ປະເທດກໍາບູເຈຍ (Cambodia)

  • ເມືອງຫຼວງ: ກຸງພະນົມເປັນ
  • ພາສາ: ພາສາຂະມອນເປັນພາສາລາດຊະການຮອງລົງມາເປັນອັງກິດ, ຝຣັ່ງ, ຫວຽດນາມແລະຈີນ
  • ປະຊາກອນ: ປະກອບດ້ວຍຊາວເຂມອນ 94%, ຈີນ 4%, ອື່ນ ໆ 2%
  • ນັບຖືສາສາໜາ: ພຸດທະ ເປັນຫຼັກ
  • ລະບົບການປົກຄອງ: ປະຊາທິປະໄຕແບບລັດສະຖະພາໂດຍມີພະມະຫາສັດເປັນປະມຸກພາຍໃຕ້ລັດທະທໍາມະນູນ
  • ຈຸດແຂງ

  • ຄ່າຈ້າງແຮງງານຕ່ໍາທີ່ສຸດໃນອາຊຽນ(1.6 USD/day)
  • ມີຊັບພະຍາກອນທໍາມະຊາດລາກຫຼາຍແລະສົມບູນ
  • ຈຸດອອ່ນ

  • ລະບົບສາທາລະນູປະໂພກພື້ນຖານຍັງບໍ່ພັດທະນາເທ່າທີ່ຄວນ
  • ຕົ້ນທືນສາທາລະນູປະໂພກ (ນຳ້ ໄຟຟ້າ ແລະ ການສື່ສານ) ຂອ້ນຂ້າງສູງ
  • ຂາດແຄນແຮງງານທີ່ມີທັກສະ
  • ສີ່ງທີ່ໜ້າສົນໃຈ

  • ປະເດັນຂັດແຍ່ງລະຫວາງໄທ-ກຳປູເຈຍອາດບັ່ນທອນໂອກາດການຂະຫຍາຍສິນຄ້າ-ການລົງທືນລະຫວ່າງກັນໃນອານາຄົດໄດ້
  • 3. ປະເທດອິນໂດເນເຊຍ (Indonesia)

  • ເມືອງຫຼວງ: ຈາກາຕ້າ
  • ພາສາ: ພາສາອິນໂດເນເຊຍເປັນພາສາລາດຊະການ
  • ປະຊາກອນ: ປະກອບດ້ວຍຊົນພື້ນເມືອງຫຼາຍກຸ່ມມີພາສາຫລາຍກວ່າ 583 ພາສາ ຮ້ອຍລະ 61 ອາໄສຢູ່ເທິງເກາະຊະວາ
  • ນັບຖືສາສາໜາ: ອິດສະລາມ 87%, ຄິດ 10%
  • ລະບົບການປົກຄອງ: ປະຊາທິປະໄຕທີ່ມີປະທານາທິບໍດີເປັນປະມຸກແລະຫົວໜ້າຝ່າຍບໍລິຫານ
  • ຈຸດແຂງ

  • ມີຂະໜາດເສດຖະກິດໃຫຍ່ທີ່ສຸດໃນເອເຊຍຕະວັນອອກສ່ຽງໃຕ້
  • ຕະຫຼາດຂະໜາດໃຫຍ່ (ປະຊາກອນຫຼາຍເປັນອັນດັບ 4 ຂອງໂລກ ຫຼາຍທີ່ສຸດໃນເອເຊຍຕະວັນອອກສ່ຽງໃຕ້
  • ມີຈໍານວນປະຊາກອນຫຼາຍທີ່ສຸດໃນເອເຊຍຕະວັນອອກສ່ຽງໃຕ້
  • ມີຊາວມູດສະລີມຫຼາຍທີ່ສຸດໃນໂລກ
  • ມີຊັບພະຍາກອນທຳມະຊາດຫຼາກຫຼາຍ ແລະ ຈຳນວນຫຼາຍ ໂດຍສະເພາະຖ່ານຫີນ ນ້ຳມັນ ກາສ໌ທຳມະຊາດ ໂລຫະຕ່າງໆ
  • ລະບົບທະນາຄານຂອ້ນຂ້າງແຂງແກ່ງ
  • ຈຸດອອ່ນ

  • ທີ່ຕັ້ງເປັນເກາະ ແລະ ກະຈາຍຕົວ
  • ສາທາລະນູປະໂພກພື້ນຖານຍັງບໍ່ພັດທະນາເທົ່າທີ່ຄວານ ໂດຍສະເພາະການຄົມມະນາຄົມ ແລະການເຊື່ອມໂຍງລະຫວ່າງປະເທດ
  • ສີ່ງທີ່ໜ້າສົນໃຈ

  • ການລົງທືນສ່ວນໃຫຍ່ເນັ້ນໃຊ້ຊັບພະຍາກອນໃນປະເທດເປັນຫຼັກ
  • 4. ປະເທດລາວ (laos)

  • ເມືອງຫຼວງ: ນະຄອນຫລວງວຽງຈັນ
  • ພາສາ: ພາສາລາວເປັນພາສາລາດຊະການ
  • ປະຊາກອນ: ປະກອບດ້ວຍຊາວລາວລຸ່ມ 68%, ລາວເທີງ 22%, ລາວສູງ 9% ລວມປະມານ 68 ຊົນເຜົ່າ
  • ນັບຖືສາສາໜາ: 75% ນັບຖືສາດສະໜາພຸດ, ນັບຖືຜີ 16%
  • ລະບົບການປົກຄອງ: ສັງຄົມນິຍົມຄອມມູນິດ ຫຼື ລະບົບປະຊາທິປະໄຕປະຊາຊົນ
  • ຈຸດແຂງ

  • ມີຊັບພະຍາກອນທຳມະຊາດຫລາກຫຼາຍແລະອຸດົມສົມບູນ ໂດຍສະເພາະນ້ຳແລະແຮ່ທາດຊະນິດຕ່າງໆ
  • ຄ່າຈ້າງແຮງວຽກຕ່ໍາອັນດັບ 2 ໃນອາຊຽນ (2.06 USD/day)
  • ການເມືອງມີສະຖຽນນະພາບ
  • ຈຸດອອ່ນ

  • ລະບົບສາທາລະນູປະໂພກພື້ນຖານຍັງບໍ່ພັດທະນາເທົ່າທີ່ຄວນ
  • ພື້ນທີ່ສ່ວນໃຫຍ່ເປັນທີ່ຮາບສຸງ ແລະ ພູເຂົາ ການຄົມມະນາຄົມບໍ່ສະດວກ ບໍ່ມີທາງອອກສຸ່ທະເລ
  • ສີ່ງທີ່ໜ້າສົນໃຈ

  • ການລົງທືນສ່ວນໃຫຍ່ຢູ່ໃນກຸ່ມໂຄງສ້າງພື້ນຖານ ພະລັງງານນ້ຳ ແລະ ບໍ່ແຮ່
  • 5. ປະເທດມາເລເຊຍ (Malaysia)

  • ເມືອງຫຼວງ: ກຸງກົວລາລໍາເປີ
  • ພາສາ: ພາສາມາເລເປັນພາສາລາດຊະການຮອງລົງມາເປັນອັງກິດແລະຈີນ
  • ປະຊາກອນ: ປະກອບດ້ວຍມາເລ 40%, ຈີນ 33%, ອິນເດຍ 10%, ຊົນພື້ນເມືອງເກາະບອດນີ 10%
  • ນັບຖືສາສະຫນາ: ອິດສະລາມ 60%, ພຸດທະ 19%, ຄຣິດ 11%
  • ລະບົບການປົກຄອງ: ປະຊາທິປະໄຕ
  • ຈຸດແຂງ

  • ລາຍໄດ້ສະເລ່ຍຕໍ່ຄົນຕໍ່ປີຢູ່ໃນອັນດັບ 3 ຂອງອາຊຽນ
  • ມີປະລິມານນ້ໍາມັນສໍາຮອງຫລາຍເປັນອັນດັບ 3 ໃນເອເຊຍປາຊິຟິກ
  • ມີປະລິມານກ໊າສທໍາມະຊາດຫລາຍເປັນອັນດັບ 2 ໃນເອເຊຍປາຊິຟິກ
  • ລະບົບໂຄງສ້າງພື້ນຖານຄົບວົງຈອນ
  • ແຮງງານມີທັກສະ
  • ຈຸດອອ່ນ

  • ມີຈຳນວນປະຊາກອນຂອ້ນຂ້າງໜອ້ຍ ເຮັດໃຫ້ຂາດແຄນແຮງງານ ໂດຍສະເພາະລະດັບກາງ
  • ສີ່ງທີ່ໜ້າສົນໃຈ

  • ຕັ້ງເປົ້າໝາຍເປັນ "ປະເທດພັດທະນາແລ້ວ" ໃນປີ ພ.ສ 2563
  • ຖານການຜະລິດແລະສົ່ງອອກສິນຄ້າສຳຄັນທີ່ຄ້າຍຄືກັບໄທ
  • ມີນະໂຍບາຍພັດທະນາການຜະລິດດ້ວຍເທັກໂນໂລຢີຂັ້ນສູງຢ່າງຈີງຈັງ
  • 6. ປະເທດມຽນມາ (Myanmar)

  • ເມືອງຫຼວງ: ເນປີດໍ (Naypyidaw)
  • ພາສາ: ພາສາມຽນມາເປັນພາສາລາດຊະການ
  • ປະຊາກອນ: ປະກອບດ້ວຍເຜົ່າພັນ 135 ມີ 8 ເຊື້ອຊາດຫຼັກ ໆ 8 ກຸ່ມຄືພະມ່າ 68%, ໄທໃຫຍ່ 8%, ກະຫລີ່ຍົງ 7%, ຍະໄຂ່ 4% ຈີນ 3% ມອນ 2% ອິນເດຍ 2%
  • ນັບຖືສາສະໜາ: ນັບຖືສາສະໜາພຸດ 90%, ຄິດ 5% ອິດສະລາມ 38%
  • ລະບົບການປົກຄອງ: ລະບອບປະຊາທິປະໄຕລັດຖະສະພາ ມີປະທານາທີບໍດີເປັນປະມຸກ.
  • ຈຸດແຂງ

  • ມີພົມແດນເຊື່ອມຕໍ່ກັບຈີນແລະອິນເດຍ
  • ຄ່າຈ້າງແຮງວຽກຕ່ໍາເປັນອັນດັບ 3 ໃນອາຊຽນ (2.5 USD/day)
  • ມີປະລິມານກ໊າສທໍາມະຊາດເປັນຈໍານວນຫຼາຍ
  • ຈຸດອອ່ນ

  • ລະບົບສາທາລະນູປະໂພກພື້ນຖານຍັງບໍ່ພັດທະນາເທົ່າທີ່ຄວນ
  • ຄວາມບໍ່ແນ່ນອນທາງການເມືອງແລະນະໂຍບາຍ
  • ສີ່ງທີ່ໜ້າສົນໃຈ

  • ການພັດທະນາໂຄງຂ່າຍຄົມມະນາຄົມໃນປະເທດເຊີງລຸກ ທັງທາງຖະໜົນຫົນທາງ ລົດໄຟຄວາມໄວສູງ ແລະ ທ່າເຮືອ
  • 7. ປະເທດຟິລິປິນ (Philippines)

  • ເມືອງຫຼວງ: ກຸງມະນິລາ
  • ພາສາ: ພາສາຟິລິບໂນແລະພາສາອັງກິດເປັນພາສາລາດຊະການ ຮອງລົງມາເປັນສະເປນ, ຈີນຮອກກ້ໍາ, ຈີນແຕ້ຈິ໋ວຟິລິບປິນມີພາສາປະຈໍາຊາດຄືພາສາຕາກາລັອກ
  • ປະຊາກອນ: ປະກອບດ້ວຍມາເລ 40%, ຈີນ 33%, ອິນເດຍ 10%, ຊົນພື້ນເມືອງເກາະບອດນີ 10%
  • ນັບຖືສາສະຫນາ: ຄິດໂຊນຄາຕະລິກ 83% ຄິດລິກໂປເຕດແຕນ, ອິດສະລາມ 5%
  • ລະບົບການປົກຄອງ: ປະຊາທິປະໄຕແບບປະທານາທິບໍດີເປັນປະມຸກແລະຫົວຫໜ້າຝ່າຍບໍລິຫານ
  • ຈຸດແຂງ

  • ແຮງງານທົ່ວໄປກໍ່ມີຄວາມຮູ້ສື່ສານພາສາອັງກິດໄດ້(>100 ລ້ານຄົນ)
  • ປະຊາກອນຈຳນວນຫຼາຍອັນດັບ 12 ຂອງໂລກ
  • ຈຸດອອ່ນ

  • ທີ່ຕັ້ງຫ່າງໄກຈາກປະເທດສະມາຊີກອາຊຽນ
  • ລະບົບໂຄງສ້າງພື້ນຖານ ແລະ ສະຫວັດດີພາບທາງສັງຄົມຍັງບໍ່ພັດທະນາເທົ່າທີ່ຄວນ
  • ສີ່ງທີ່ໜ້າສົນໃຈ

  • ສະຫະພາບແຮງງານມີບົດບາດຫຼາຍ ແລະມີການຮຽກຮອ້ງເພື່ອຄ່າແຮງຢູ່ສະເໝີ
  • ການລົງທືນສວ່ນໃຫຍ່ເປັນການຮອງຮັບຄວາມຕອ້ງການພາຍໃນປະເທດເປັນຫລັກ
  • 8. ປະເທດສິງກະໂປ (Singapore)

  • ເມືອງຫຼວງ: ສິງກະໂປ
  • ພາສາ: ພາສາມາເລເປັນພາສາລາດຊະການຮອງລົງມາຄືຈີນກາງສົ່ງເສີມໃຫ້ເວົ້າໄດ້ 2 ພາສາຄືຈີນກາງແລະໃຫ້ໃຊ້ອັງກິດເພື່ອຕິດຕໍ່ວຽກແລະຊີວິດປະຈໍາວັນ
  • ປະຊາກອນ: ປະກອບດ້ວຍຊາວຈີນ 76,5%, ມາເລ 13,8%, ອິນເດຍ 8,1%
  • ນັບຖືສາສະໜາ: ພຸດທະ 42,5%, ອິດສະລາມ 14,9%, ຄິດ 14,5%, ຮິນດູ 4%, ບໍ່ນັບຖືສາດສະຫນາ 25%
  • ລະບົບການປົກຄອງ: ສາທາລະນະລັດ (ປະຊາທິປະໄຕແບບລັດສະພາມີຖະສະພາດຽວ) ໂດຍມີປະທານາທິບດີເປັນປະມຸກແລະນາຍົກລັດມົນຕີເປັນຫົວຫນ້າຝ່າຍບໍລິຫານ
  • ຈຸດແຂງ

  • ລາຍໄດ້ສະເລ່ຍຕໍ່ຄົນເປັນອັນດັບ 1 ໃນອາຊຽນແລະອັນດັບ 15 ຂອງໂລກ
  • ແຮງງານມີທັກສະສູງ
  • ການເມືອງມີສະຖຽນນະພາບ
  • ເປັນສູນກາງທາງການເງີນລະຫວ່າງປະເທດ
  • ຊຳນານດ້ານການຈັດຊັບພະຍາກອນບຸກຄະລາກອນ ແລະ ທຸລະກິດ
  • ມີທີ່ຕັ້ງເອື້ອຕໍ່ການເປັນສູນກາງເດີນເຮືອ
  • ຈຸດອອ່ນ

  • ພີ່ງພາກການນຳເຂົ້າວັດຖຸດິບແລະຂາດແຄນແຮງງານລະດັບກາງ
  • ຄ່າໃຊ້ຈ່າຍໃນການດຳເນີນທຸລະກິດສູງ
  • ສີ່ງທີ່ໜ້າສົນໃຈ

  • ພະຍາຍາມຂະຫຍາຍໂຄງສ້າງເສດຖະກິດມາຍັງພາກການບໍລິການຫຼາຍຂື້ນ ເພື່ອຫຼຸດການພີ່ງພາການສົ່ງອອກສິນຄ້າ
  • 9. ປະເທດຫວຽດນາມ (Vietnam)

  • ເມືອງຫລວງ: ກຸງຮ່າໂນ້ຍ
  • ພາສາ: ພາສາຫວຽດນາມເປັນພາສາລາຊະການ
  • ປະຊາກອນ: ປະກອບດ້ວຍຊາວວຽນ 80%, ເຂມນ 10%
  • ນັບຖືສາສະໜາ: ພຸດມະທາຍານ70%, ຄິດ 15%
  • ລະບົບການປົກຄອງ: ລະບົບສັງຄົມນິຍົມໂດຍພັກຄອມມູນິດເປັນຜູ້ປົກຄອງສູງສຸດ
  • ຈຸດແຂງ

  • ມີປະຊາກອນຈຳນວນຫຼາຍ ອັນດັບ 14 ຂອງໂລກ
  • ມີປະລິມານສໍາຮອງນ້ໍາມັນດິບຫລາຍເປັນອັນດັບ 2 ໃນເອເຊຍປາຊິຟິກ
  • ມີແນວຊາຍຟັ່ງທະເລຍາວກວ່າ 3,200 ກິໂລແມັດ
  • ການເມືອງສະຖຽນນະພາບ
  • ຄ່າຈ້າງແຮງງານເກືອບຕ່ຳທີ່ສຸດໃນອາຊຽນ ຮອງຈາກກຳປູເຈຍ
  • ຈຸດອອ່ນ

  • ລະບົບສາທາລະນູປະໂພກພື້ນຖານຍັງບໍ່ພັດທະນາເທົ່າທີ່ຄວນ
  • ຕົ້ນທືນທີ່ດິນແລະຄ່າເຊົ່າສຳນັກງານຂ້ອນຂ້ງສູງ
  • ສີ່ງທີ່ໜ້າສົນໃຈ

  • ມີລາຍໄດ້ແລະ ຄວາມຕອ້ງການສູງຂື້ນຈາກເສດຖະກຶດທີ່ໃຫຍ່ໄວ

  • 10. ປະເທດໄທ (Thailand)

  • ເມືອງຫຼວງ: ກຸງເທບມະຫານະຄອນ
  • ພາສາ: ພາສາໄທເປັນພາສາລາດຊະການ
  • ປະຊາກອນ: ປະກອບດ້ວຍຊາວໄທເປັນສ່ວນໃຫຍ່
  • ນັບຖືສາສະຫນາ: ພຸດ 95%, ອິດສະລາມ 4%
  • ລະບົບການປົກຄອງ: ລະບົບປະຊາທິປະໄຕແບບລັດຖະສະພາອັນມີພະມະຫາກະສັດເປັນປະມຸກ
  • ຈຸດແຂງ

  • ເປັນສູນກາງເຊື່ອມໂຍງຄົມນາຄົມດ້ານຕ່າງໆໃນພູມມິພາກອາຊຽນ
  • ມີແຫຼ່ງທ່ອງທ່ຽວທາງທໍາມະຊາດແລະວັດທະນະທໍາທີ່ມີຊື່ສຽງ
  • ລະບົບສາທາລະນູປະໂພກພື້ນຖານທັ່ວເຖິງ
  • ເປັນຖານການຜະລິດສິນຄ້າອຸດສະຫະກຳຫຼາຍລາຍການລາຍໃຫຍ່ຂອງໂລກ
  • ທີ່ຕັ້ງເອື້ອຕໍ່ການເປັນສູນກາງໂຄງຂ້າຍເຊື່ອມໂຍງຄົມະນາຕົມຈ່າງໆ
  • ລະບົບທະນາຄານແຂງແກ່ງ
  • ແຮງງານຈຳນວນຫຼາຍ
  • ຈຸດອອ່ນ

  • ແຮງງານສ່ວນໃຫຍ່ຍັງຂາດທັກສະ
  • ເທັກໂນໂລຢີການຜະລິດສ່ວນໃຫຍ່ຍັງເປັນຂັ້ນກາງ
  • ສີ່ງທີ່ໜ້າສົນໃຈ

  • ຕັ້ງເປົ້າໝາຍເປັນສູນກາງອາຊຽນໃນຫຼາຍດ້ານ ເຊັ່ນ ສູນກາງLogistics ແລະສູນກາງການທ່ອງທ່ຽວ
  • ດຳເນີນງານຕາມແຜນ ປັບຕົວ ສູ່ AEC ປີ ພ ສ 2553-2554 ໄດ້ 64% ສູງກວ່າເກນສເລ່ຍຂອງອາຊຽນ ທີ່ 53% ສະທ້ອນການຕຽມພອ້ມຢ່າງຈີງຈັງ

  • ຂໍ້ມູນຈາກ website: www.thai-aec.com, www.trang.psu.ac.th/asean/?p=116